ສິນຄ້າ

ຄວາມເປັນມາຂອງ 3G

ລາວ ໂທລະຄົມ ຜູ້ໃຫ້ບໍລິການໂທລະຄົມມະນາຄົມຄົບວົງຈອນຂອງ ສ.ປ.ປ ລາວ ນຳໜ້າກ້າວສູ່ການ ສື່ສານລະດັບໂລກ ຢ່າງໜ້າພູມໃຈ
ດ້ວຍການນຳເອົາເທັກໂນໂລຢີການສື່ສານ ລະບົບມືຖື 3G ເຊິ່ງ ເປັນລະບົບໂທລະສັບມືຖື ທີ່ທັນສະໄຫມທີ່ສຸດໃນຍຸກປະຈຸບັນ ມາໃຫ້ບໍລິການເປັນຜູ້ທຳອິດ.

ເຮົາມາຮູ້ຈັກກັນກ່ອນວ່າ ລະບົບໂທລະສັບມືຖື ແມ່ນມີການພັດທະນາເທັກໂນໂລຢີຄືແນວໃດ?
ລະບົບໂທລະສັບມືຖືເລີ່ມຕົ້ນຂື້ນໃນຍຸກທຳອິດ ທີ່ເອີ້ນວ່າ 1G ຫຍໍ້ມາຈາກ First Generation Mobile Phone ເປັນລະບົບ (Analog) ຮອງຮັບລະບົບສຽງ (Voice) ໂທອອກ - ຮັບສາຍ ແຕ່ຢ່າງດຽວເທົ່ານັ້ນ.

ລະບົບໂທລະສັບມືຖືໃນຍຸກຕໍ່ມາເອີ້ນວ່າ 2G ຫຍໍ້ມາຈາກ Second Generation Mobile Phone ເລີ່ມຍຸກ (Digital) ຮອງຮັບລະບົບການສົ່ງຂໍ້ມູນ (Non Voice) ໄດ້, ສາມາດຮັບ-ສົ່ງລິງໂທນ (Ring Tone) ແລະ ພາບກຼາບຟິກ (Graphic) ຂາວດຳໄດ້ ແຕ່ຕ້ອງເປັນຂໍ້ມູນທີ່ເປັນຂະໜາດນ້ອຍເທົ່ານັ້ນ ແລະ ເມື່ອສົ່ງຂໍ້ມູນຈະແບ່ງຊ່ອງສັນຍານກັບລະບົບສຽງ.

ລະບົບໂທລະສັບມືຖື ໃນຍຸກຕໍ່ມາເອີ້ນວ່າ 2.5G ຍຸກທີ່ໂທລະສັບມືຖືເຕີບໃຫຍ່ຂະຫຍາຍຕົວຫລາຍທີ່ສຸດ ເລີ່ມຕົ້ນລະບົບ GPRS (General Packet Radio Service) ເຮັດໜ້າທີ່ໂດຍການແປງຂໍ້ມູນເປັນ ຄື້ນວິທະຍຸ ຮອງຮັບລະບົບສົ່ງຂໍ້ມູນໄດ້ຫລາຍຂື້ນ ສົ່ງພາບສີ ແລະ ພາບເຄື່ອນໄຫວໄດ້ ຂໍ້ຈຳກັດຄືເມື່ອ ສົ່ງຂໍ້ມູນຈະແບ່ງຊອ່ງສັນຍານກັບລະບົບສຽງ ເຮັດໃຫ້ຄວາມໄວ ແລະ ຄວາມຈຸຂໍ້ມູນບໍ່ຫລາຍການເຊື່ອມຕໍ່ ໃຊ້ເວລາພໍສົມຄວນ.

ລະບົບໂທລະສັບມືຖື ໃນຍຸກຕໍ່ມາເອີ້ນຢ່າງບໍ່ເປັນທາງການວ່າ 2.75G ພັດທະນາເພີ່ມເຕີ່ມຈາກ 2.5G GPRS ເປັນລະບົບ EDGE (Enhance Data Rate For Gobal Evolution) ໃຊ້ຂະຫຍາຍ ຊ່ອງສັນຍານເພີ່ມຄວາມໄວ ແລະ ຄວາມຈຸຂອງລະບົບສົ່ງຂໍ້ມູນຫລາຍຂື້ນ ສົ່ງພາບເຄື່ອນໄຫວໄດ້ດີ ເຮັດໃຫ້ຄວາມໄວ ແລະ ຄວາມຈຸຂໍ້ມູນໄດ້ຫລາຍກວ່າ 2.5G ແຕ່ກໍ່ຍັງມີຂໍ້ຈຳກັດຍັງໃຊ້ການແບ່ງຊ່ອງ ສັນຍານກັບລະບົບສຽງຢູ່.

ໂທລະສັບມືຖື 3G ແມ່ນຫັຍງ?

ລະບົບໂທລະສັບ 3G ຫຍໍ້ມາຈາກ Third Generation Mobile Phone ເຊິ່ງເປັນຍຸກທີ 3 ຂອງການພັດທະນາ ລະບົບໂທລະສັບມືຖື ເປັນລະບົບ ເຄືອຂ່າຍບໍ່ມີສາຍລຸ້ນລ້າສຸດ ເຮັດໜ້າທ່ີບົນພື້ນຖານຂອງ IP (Internet Protocal) ຈັດການລະບົບບໍລິຫານຂໍ້ມູນ ແບບລະບົບອິນເຕີເນັດ ເຊິ່ງແຕກຕ່າງ ແລະ ທັນສະໄໝກວ່າລະບົບ ໂທລະສັບ ແບບເກົ່າທີ່ໃຊ້ໃນຍຸກປະຈຸບັນ.

ຈຸດເດັ່ນຂອງລະບົບ 3G ຄືຄວາມໄວສູງ ໃນການຮັບ-ສົ່ງຂໍ້ມູນ ການເຊື່ອມຕໍ່ກັບເຄືອຂ່າຍ 3G ຕະຫລອດເວລາທີ່ເປີດເຄື່ອງ ທ່ານສາມາດເຊື່ອມຕໍ່ໄດ້ທັນທີ ໂດຍບໍ່ ຕ້ອງລໍຖ້າ ໃຫ້ບໍລິການ Multimedia ໄດ້ສົມບູນແບບ ຄວາມຈຸຂອງຂໍ້ມູນໃນ File ທີ່ມີຂະໜາດໃຫຍ່ກວ່າເກົ່າຫລາຍເທົ່າຕົວນຳໃຊ້ເພື່ອຄວາມສຸກຍຸກໃຫມ່ ຂອງ ຄົນລາວ ດ້ວຍການບໍລິການໃຫມ່ໆ ທັນສະໄຫມຫລາກຫລາຍຢ່າງບໍ່ເຄີຍມີມາກອ່ນ.

ໃນໄລຍະເລີ່ມຕົ້ນ ລະບົບ 3G ເປີດໃຫ້ບໍລິການ ໃນນະຄອນຫລວງວຽງຈັນກ່ອນ ສ່ວນພື້ນທີ່ຕ່າງແຂວງຈະເປັນລະບົບ EDGE/GPRS ເຊິ່ງສາມາດໃຊ້ບໍລິການຮັບ - ສົ່ງຂໍ້ມູນໄດ້ຄືກັນ ແລະ ຈະຂະຫຍາຍພື້ນທີ່ບໍລິການລະບົບ 3G ໄປສູ່ຕ່າງແຂວງໃນໄລຍະຕໍ່ໄປ.

4G LTE ແມ່ນຫຍັງ?

4G ຄືລະບົບການສື່ສານແບບບໍ່ມີສາຍຄວາມໄວສູງໃນຍຸກທີ 4 (4th Generation) Long Term Evolution ຄືເທັກໂນໂລຢີໃໝ່ຫຼ້າສຸດທີ່ພັດທະນາຂື້ນ ເພື່ອເພີ່ມຄວາມສາມາດໃນການຮັບສົ່ງຂໍ້ມູນໃຫ້ສູງຂື້ນເພື່ອຮອງຮັບການໃຊ້ງານໃນຮູບແບບ Data ທີ່ຕ້ອງການຄວາມໄວໃນການ ດາວໂຫຼດ ແລະ ອັບໂຫຼດສູງ.

ຄຸນສົມບັດຂອງ 4G ມີດີຄືແນວໃດ?

  • ການດາວໂຫຼດ ແລະ ອັບໂຫຼດ ໄວກວ່າ 3G ເຖີງ 05 ເທົ່າ
  • ຄວາມລະອຽດຂອງຮູບພາບສູງລະດັບ HD (High Definition)
  • ເຂົ້າເຖີງການໃຊ້ງານ Internet ແລະ Application ຕ່າງໆ ໄດ້ຢ່າງສະດວກສະບາຍ

ອຸປະກອນທີ່ຮອງຮັບ 4G LTE ໄດ້ມີຫຍັງແດ່?

  • Smart phone
  • Tablets
  • Notebook Computer
  • Air Card HSPA

4G ໄດ້ນໍາເຂົ້າມານໍາໃຊ້ຢູ່ໃນ ປະເທດລາວ ເມື່ອໃດ?

ໃນວັນທີ 26/10/2012 ລາວ ໂທລະຄົມ ໄດ້ຖະແຖງຂ່າວການນຳເອົາລະບົບ 4G LTE ເຂົ້າມາຮັບໃຊ້ກອງປະຊຸມ ສຸດຍອດອາເຊັມ ຄັ້ງທີ 9 ເຊິ່ງເຮັດໃຫ້ປະເທດລາວ ກາຍເປັນປະເທດທີ 2 ທີ່ໄດ້ນຳໃຊ້ລະບົບ 4G ໃນຂົງເຂດອາຊຽນ ແລະ ເພື່ອຕອກຍ້ຳຄວາມເປັນຜູ້ນຳດ້ານເທັກໂນໂລຍີ ການສື່ສານໃນປະເທດລາວ, ລາວ ໂທລະຄົມ ຈະໄດ້ເປີດໃຫ້ບໍລິການ 4G LTE ຜ່ານໂທລະສັບມືຖືແບບເຕັມຮູບແບບ ທັງ Voice ແລະ Data ໂດຍໄດ້ເພີ່ມພື້ນທີ່ການໃຫ້ບໍລິການເປັນ 80 ຈຸດ ທີ່ ນະຄອນຫຼວງວຽງຈັນ.

No comments:

Post a Comment